ໃນວັນທີ 5-7 ມິຖຸນາ 2021 ຜ່ານມານີ້, ທົ່ວແຂວງເຊກອງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ໃນສົກປີ 2021 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງກະລືມ ເປັນເຈົ້າພາບຈັດງານ ສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ມີການຮ່ວມມິດຕີງ, ຜ່ານປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມ, ຜ່ານສານເຈົ້າແຂວງ, ເປັນກຽດເຂົ້າຮ່ວມມີຄະນະນຳຂັ້ນແຂວງ, ຂັ້ນເມືອງ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ, ຕະຫຼອດຮອດພໍ່ແມ່ ປະຊາຊົນ ລວມທັງໝົດ 176 ຄົນ, ຍິງ 73 ຄົນ. ພ້ອມດຽວກັນນີ້ ກໍ່ໄດ້ມີການສ້າງກິດຈະກຳປູກຕົ້ນໄມ້ ເພື່ອເປັນການສ້າງຈິດສຳນຶກ ໃຫ້ຮູ້ເຖິງການປົກປັກຮັກສາສິ່ງແວດລ້ອມ, ຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ ຕາມສະຖານທີ່ສຳຄັນຕ່າງໆ ໃນທົ່ວເມືອງກະລືມ . ນອກຈາກ ການສະເຫຼີມສະຫຼອງຢູ່ເມືອງກະລຶມແລ້ວ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ຕົວເມືອງ ເຊັ່ນ: ເມືອງລະມາມ, ເມືອງທ່າແຕງ, ເມືອງດາກຈຶງ  ກໍ່ໄດ້ເອົາໃຈໃສ່ ຕິດປ້າຍຕາມສະຖານທີ່ສຳຄັນຕ່າງໆ ພາຍໃຕ້ຄຳຂວັນທີ່ວ່າ: “ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ (Ecosystem restoration)”. ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມຮັບຮູ້ເຖິງ ຄວາມໝາຍຄວາມສຳຄັນຂອງງານດັ່ງກ່າວ, ສ້າງກິດຈະກຳເຮັດອານາໄມສິ່ງເສດເຫຼືອ, ປູກໄມ້ຕາມເສັ້ນທາງ, ຕາມປ່າຟື້ນຟູ, ສຳນັກງານຫ້ອງການ, ສາທາະນະ, ຊຸມຊົນບ້ານໃນເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນຂະບວນຟົດຟື້ນ.

       ໃນຕອນເຊົ້າຂອງວັນທີ 06 ສິງຫາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ມີພິທີຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາສະມາຊີກພັກສຳຮອງ

ເຂົ້າເປັນສະມາຊີກພັກສົມບູນຈຳນວນ 03 ສະຫາຍ, ຍິງ 02 ສະຫາຍ ແລະ ເລື່ອນເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊີກສຳຮອງຈຳນວນ 02 ສະຫາຍ, ຍິງ 01 ສະຫາຍຄື:

Subcategories