ໃນຕອນເຊົ້າຂອງວັນທີ 06 ສິງຫາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ມີພິທີຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາສະມາຊີກພັກສຳຮອງ
ເຂົ້າເປັນສະມາຊີກພັກສົມບູນຈຳນວນ 03 ສະຫາຍ, ຍິງ 02 ສະຫາຍ ແລະ ເລື່ອນເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊີກສຳຮອງຈຳນວນ 02 ສະຫາຍ, ຍິງ 01 ສະຫາຍຄື:
ຮັບເອົາສະມາຊີກພັກສຳຮອງ ເຂົ້າເປັນສະມາຊີກພັກສົມບູນມີ
1. ສະຫາຍ ຂັນທອງທຳມະວົງສາ;
2. ສະຫາຍ ນ ສຸລີນພອນ ໄຊຍະສານ;
3. ສະຫາຍ ນ ສຸກສະຫງຽນ ສີຫາວົງ.
ເລື່ອນເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊີກສຳຮອງມີ
1. ສະຫາຍ ໄພມະນີ ສີສະຫວັດ;
2. ສະຫາຍ ນ ວິໄລພອນ ຜິວມະນີ.