Print

 

ໃນຕອນຂອງວັນພະຫັດ ວັນທີ 14 ພືດສະພາ 2020 ເວລາ 7 ໂມງ 30 ນາທີ ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມຊັ້ນສອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂື້ນ

ໂດຍໃຫ້ກຽດເປັນປະທານ;

ສະຫາຍ ເຫຼັກໄຫຼ ສີວິໄລ ຮອງເລຂາພັກແຂວງ-ຮອງເຈົ້າແຂວງເຊກອງ;

ສະຫາຍ ອ້ວນຄຳ ທຸງໄຊ ກຳມະການພັກແຂວງ ຫົວໜ້າຈັດຕັ້ງແຂວງ;

ສະຫາຍບຸນຫຼາຍ ບຸດທິກຳມະການພັກແຂວງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ;

ຈາກນັ້ນກອງປະຊຸມ ກໍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ເຊີ່ງມີສະມາຊີກພັກສົມບູນລົງເລືອກຕັ້ງຈຳນວນ 7 ສະຫາຍ ແລະ ເລືອກໄດ້ ຈຳນວນ 5 ສະຫາຍປະກກອບມີ:

1 ສະຫາຍ ບຸນຫຼາຍ ບຸດທິ ເປັນເລຂາພັກຮາກຖານ;

2 ສະຫາຍ ບຸນລິດ ສັກບົວວົງ ເປັນຮອງເລຂາ;

3 ສະຫາຍ ເພັດດາວົງ ບຸນມີສະຫວັດ ເປັນກໍາມະການ

4 ສະຫາຍ ບຸນເລີຍ ນັນທະວົງ        ເປັນກໍາມະການ

5 ສະຫາຍ ໄອລະດາ ແພງສີລິວົງ     ເປັນກໍາມະການ

ຈາກນັ້ນໄດ້ຄັດເລືອກເອົາປະທານກວດກາຂອງຄະນະພັກຮາກຖານພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ໄດ້ເລືອກເອົາ;

  1. ສະຫາຍ ບຸນເລີຍ ນັນທະວົງ ເປັນປະທານກວດກາພັກ;
  2. ສະຫາຍໄອລະດາ ແພງສີລິວົງ ເປັນຮອງປະທານ.