ໃນຕອນຂອງວັນພະຫັດ ວັນທີ 14 ພືດສະພາ 2020 ເວລາ 7 ໂມງ 30 ນາທີ ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມຊັ້ນສອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂື້ນ
ໂດຍໃຫ້ກຽດເປັນປະທານ;
ສະຫາຍ ເຫຼັກໄຫຼ ສີວິໄລ ຮອງເລຂາພັກແຂວງ-ຮອງເຈົ້າແຂວງເຊກອງ;
ສະຫາຍ ອ້ວນຄຳ ທຸງໄຊ ກຳມະການພັກແຂວງ ຫົວໜ້າຈັດຕັ້ງແຂວງ;
ສະຫາຍບຸນຫຼາຍ ບຸດທິກຳມະການພັກແຂວງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ;
ຈາກນັ້ນກອງປະຊຸມ ກໍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ເຊີ່ງມີສະມາຊີກພັກສົມບູນລົງເລືອກຕັ້ງຈຳນວນ 7 ສະຫາຍ ແລະ ເລືອກໄດ້ ຈຳນວນ 5 ສະຫາຍປະກກອບມີ:
1 ສະຫາຍ ບຸນຫຼາຍ ບຸດທິ ເປັນເລຂາພັກຮາກຖານ;
2 ສະຫາຍ ບຸນລິດ ສັກບົວວົງ ເປັນຮອງເລຂາ;
3 ສະຫາຍ ເພັດດາວົງ ບຸນມີສະຫວັດ ເປັນກໍາມະການ
4 ສະຫາຍ ບຸນເລີຍ ນັນທະວົງ ເປັນກໍາມະການ
5 ສະຫາຍ ໄອລະດາ ແພງສີລິວົງ ເປັນກໍາມະການ
ຈາກນັ້ນໄດ້ຄັດເລືອກເອົາປະທານກວດກາຂອງຄະນະພັກຮາກຖານພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ໄດ້ເລືອກເອົາ;
- ສະຫາຍ ບຸນເລີຍ ນັນທະວົງ ເປັນປະທານກວດກາພັກ;
- ສະຫາຍໄອລະດາ ແພງສີລິວົງ ເປັນຮອງປະທານ.