• ໃນຕອນເຊົ້າຂອງ ວັນທີ 5 ມິຖຸນາ 2020 ຄົບຮອບ 21 ປີ ສຳລັບແຂວງເຊກອງແມ່ນໄດ້ຈັດພິທີສະເຫຼີມສະຫຼອງຂື້ນ ຢູ່ເມືອງ ດາກຈຶງ ເຊີ່ງປະກອບມີກິດຈະກໍາ ການຊຸມນຸມມິດຕິງ, ການຍ່າງເພື່ອສຸຂະພາບ, ການປູກຕົ້ນໄມ້ຕາມສາຍທາງ, ສຳນັກງານຕ່າງໆ ແລະ ຂະບວນການອານາໄມ ຕາມສະຖານ ທີ່ຕ່າງໆ ໃນເທດສະບານເມືອງ ເຊີ່ງ ມີບັນດາພະແນກການ, ຫ້ອງການ, ອໍານາດການປົກຄອງຂັ້ນເມືອງ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ບັນດາຫົວໜ່ວຍຖຸລະກິດຕ່າງໆ, ນັກຮຽນ,ນັກສຶກສາ ປັນຍາຊົນ ແລະ ປະຊາຊົນ 5 ບ້ານເທດສະບານເມືອງດາກຈຶງ ເຂົ້າມາຮ່ວມງານຄັ້ງນີ້;